ຄວາມຮູ້
Appearance


ຄວາມຮູ້ (ອັງກິດ: knowledge, ຝຣັ່ງ: connaissance) ແມ່ນຄວາມເຂົ້າໃຈໃນເລື່ອງບາງເລື່ອງ ຫຼືສິ່ງບາງສິ່ງ ເຊິ່ງອາດຈະລວມໄປເຖິງຄວາມສາມາດໃນການນຳສິ່ງນັ້ນໄປໃຊ້ເພື່ອເປົ້າໝາຍບາງປະການ. ຄວາມສາມາດໃນການຮູ້ບາງຢ່າງນີ້ແມ່ນສິ່ງສົນໃຈຫຼັກຂອງວິຊາປັດຊະຍາ (ທີ່ຫຼາຍເທື່ອກໍແມ່ນເລື່ອງທີ່ມີການໂຕ້ຖຽງຫຼາຍ) ແລະມີສາຂາທີ່ສຶກສາດ້ານນີ້ໂດຍສະເພາະເອີ້ນວ່າຍານວິທະຍາ (epistemology). ຄວາມຮູ້ໃນທາງປະຕິບັດມັກເປັນສິ່ງທີ່ຮູ້ກັນໃນກຸ່ມຄົນ ແລະໃນຄວາມໝາຍນີ້ເອງທີ່ຄວາມຮູ້ນັ້ນຖືກປັບປ່ຽນແລະຈັດການໃນຫຼາຍ ໆ ແບບ.